ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຢຍ​ລະ​ມັນ ​ມີ​ແຜນ​ຈະ​ປົດ​ປະຈຳການ​ເຮລີ​ກົບ​ແຕ​ໂຈມ​ຕີ​ລຸ້ນ Tiger ໃນ​ປີ 2032

     ສຳນັກ​ຂ່າວ​ຕາສ ລາຍ​ງານ ​ໂດຍ​ອີງ​ຕາມ​ຂ່າວ​​ຂອງກອງ​ທັບ​​ເຢຍ​ລະ​ມັນ​ເປີດເຜີຍ​ເມື່ອ​ວັນ​ທີ 31 ມັງກອນ ທີ່​ຜ່ານ​ມາວ່າ: ກອງທັບ
​ຕົນ​ມີ​ແຜນ​ຈະ​ປົດ​ປະຈຳການ ເຮລີ​ກົບ​ແຕ​ໂຈມ​ຕີ​ລຸ້ນ Airbus Helicopters Tiger ທີ່​ມີ​ປະຈຳການ​ໃນ​ກອງທັບ​ຕົນ​ມາ​ເປັນ​ເວລາ
​ຫຼາຍ​ປີ ເຊິ່ງ​ມີ​ກຳນົດ​ປົດ​ປະຈຳການ​ໄປ​ເທື່ອ​ລະ​ໜ້ອຍຈົນ​ເຖິງ​ປີ 2032 ໂດຍ​ເຮລີ​ກົບ​ແຕ ລຸ້ນ​ດັ່ງກ່າວ​ທີ່​ຈະ​ຖື​ປົດ​ປະຈຳການ​ມີ​ຈຳນວນ​
ທັງ​ໝົດ 33 ລຳ.

     ກອງທັບ​ເຢຍ​ລະ​ມັນ​ມີ​ເຮລີ​ກົບ​ແຕ​ໂຈມ​ຕີ​ລຸ້ນ​ດັ່ງກ່າວ​ທັງ​ໝົດ 51 ລຳ ແລະ ມີ 13 ລຳ​ທີ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ມີ​ຄວາມ​ທັນ​ສະໄໝ
ຂຶ້ນ​ດ້ວຍ​ການ​ປ່ຽນ​ເຄື່ອງ​ຈັກ​ທີ່​ມີ​ກຳລັງ​ແຮງ​ເຄື່ອນ​ທີ່​ໄດ້​ໄວ ເໝາະ​ສຳລັບ​ພາລະກິດ​ລຳລຽງ​ພົນ, ກູ້​ໄພ​ເມື່ອ​ມີ​ເຫດ​ເກີດ​ຂຶ້ນ ແລະ ສະໜັບ
ສະໜູນ​ໃນ​ການ​ໂຈມຕີ.

     ພ້ອມ​ດຽວ​ກັນ​ນັ້ນ, ກອງທັບ​ເຢຍ​ລະ​ມັນ​ກໍ​ມີ​ການ​ຈັດ​ຊື້​ເຮລີ​ກົບ​ແຕ​ໃຊ້​ງານ​ທົ່ວ​ໄປ​ເຂົ້າ​ມາ​ສະໜັບສະໜູນ ແລະ ທົດ​ແທນ​ເຮລີ​ກົບ
​ແຕ​ລຸ້ນ​ທີ່​ຈະ​ຖືກ​ປົດ​ປະຈຳການ​ໄປ​ເຊັ່ນ: ເຮລີ​ກົບ​ແຕ​ລຸ້ນ Airbus H145M ຈຳນວນ 62 ລຳ ແລະ ມີ​ແຜນ​ຈະ​ນຳ​ເຂົ້າ​ໃນ​ການ​ສະໜັບ
ສະໜູນ​ກອງທັບ​ພາກ​ສະໜາມ​ຈຳນວນ 57 ລຳ ແລະ ອີກ 5 ລຳ ​ແມ່ນ​ຈະ​ມອບ​ໃຫ້​ກັບ​ໜ່ວຍ​ງານ​ພິເສດ​ຂອງ​ກອງທັບ​ເຢຍ​ລະ​ມັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/02/2024